ດ່ວນ…!!! ບົດລາຍງານຂໍທິດຊີ້ນໍາ ກ່ຽວກັບການປິດນະຄອນຫຼວງວຽງຈັນ (ລ໋ອກດາວ) ລະຫວ່າງວັນທີ 13-30 ເມສາ 2021 !!!

ມາແລ້ວ ! ແຈ້ງການ ໃຫ້ປິດຊົ່ວຄາວສະຖານທີ່ບັນເທີງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ ແລະ ຫ້າມຈັດງານລ້ຽງໃນງານດອງ, ງານພົບປະສ້າງສັນ ທີ່ເຕົ້າໂຮມຄົນຫຼາຍ ໃນຂອບເຂດ #ທົ່ວປະເທດ ລະຫວ່າງວັນທີ 14-30 ເມສາ 2021 !!! ຖ້າຝ່າຝືນ ແມ່ນໃຫ້ຕັກເຕືອນ ຕາມດ້ວຍໃຫ້ປິດກິດຈະການ
ນະຄອນຫຼວງວຽງຈັນ ຂໍຖືເປັນກຽດຮຽນລາຍງານມາຍັງທ່ານຊາບ ແລະ ຂໍທິດຊີ້ນຳ ດັ່ງນີ້:
1). ພາຍຫຼັງກວດພົບເຊື້ອພະຍາດ Covid-19 ໃນວັນທີ 11 ເມສາ 2011 ຈາກ ທ. ນາວາ ທຸງໄຊ ນັກທຸລະກິດໄທ, ຊຶ່ງຜູ້ກ່ຽວໄດ້ເຄື່ອນໄຫວໃນ ຊຸມນະຄອນຫຼວງວຽງຈັນ ຢູ່ຫຼາຍແຫ່ງ, ຄະນະສະເພາະກິດນະຄອນຫຼວງ ໄດ້ສັ່ງປິດຮ້ານອິນເຕີເນັດກາເຟໃນມື້ດຽວກັນ ຢູ່ທົ່ວເມືອງຈັນທະບູລີ ແລະ ມື້ຕໍ່ມາ ໄດ້ສັ່ງປິດທົ່ວນະຄອນຫຼວງວຽງຈັນ, ສ່ວນຜູ້ກ່ຽວ ໄດ້ເອົາເຂົ້າຕິດຕາມອາການ ແລະ ປິ່ນປົວຢູ່ໂຮງໝໍມິດຕະພາບ, ສຳລັບແຟນສາວ ແລະ ພະນັກງານ 6 ຄົນ, ຍິງ 3 ຄົນ ໃນຮ້ານອິນເຕີເນັດກາເຟຂອງຜູ້ກ່ຽວ ໄດ້ເອົາໄປກວດເລືອດດ່ວນ ຜົນກວດອອກມາແມ່ນເປັນລົບ ປະຈະບັນໄດ້ ນຳໄປກັກກັນໄວ້ຢູ່ສູນຫຼັກ 27
ສ່ວນຜູ້ທີ່ພົວພັນໃກ້ສິດກັບແຟນສາວ ແລະ ພະນັກງານຮ້ານອິນເຕີເນັດກາເຟ ແມ່ນໄດ້ສັ່ງໃຫ້ກັກກັນຕົນເອງຢູ່ກັບເຮືອນ ແລະ ມອບໃຫ້ກອງຫຼອນ ປກສ ບ້ານ ສະກັດກັ້ນບໍ່ໃຫ້ຄົນໃນອອກ ແລະ ຄົນທາງ ນອກເຂົ້າໄປໃນບ້ານເຮືອນຂອງພວກກ່ຽວ.
3). ເນື່ອງຈາກວ່າຜູ້ຕິດເຊື້ອພະຍາດ Covid-19 ເປັນການກວດພົບເຫັນໃນຊຸມຊົນນະຄອນຫຼວງວຽງຈັນ ຊຶ່ງການເຄື່ອນໄຫວຂອງຜູ້ຕິດເຊື້ອມີຂອບເຂດກວ້າງຂວາງໃນຫຼາຍແຫ່ງ, ຫຼາຍສະຖານທີ່ ແລະ ຊ່ວງນີ້ມວນຊົນຊາວ ນະຄອນຫຼວງວຽງຈັນ ພວມສະຫຼອງຫຼິ້ນທ່ຽວບຸນປີໃໝ່ລາວ ຄາດວ່າຈະມີຜູ້ເດີນທາງໄປທຸກໆແຂວງ ໃນທົ່ວປະເທດ ແລະ ຈະມີນັກທ່ອງທ່ຽວພາຍໃນ ຈາກທົ່ວປະເທດ ມາຫຼິ້ນທ່ຽວຢູ່ນະຄອນຫຼວງວຽງຈັນ, ສະນັ້ນ ນະຄອນຫຼວງວຽງຈັນ ຈຶ່ງຂໍອະນຸມັດປິດ ການເດີນທາງທ່ອງທ່ຽວເຂົ້າ-ອອກ (Lock down) ນະຄອນຫຼວງວຽງຈັນ ນັບແຕ່ວັນທີ 13-30 ເມສາ 2021 ໄວ້ກ່ອນ, ຍົກເວັ້ນການຂົນສົ່ງສິນຄ້າ, ຄົນເຈັບ ແລະ ຄົນເກີດອຸປະຕິເຫດ, ເພື່ອເປັນມາດຕະການສູງສຸດ ບໍ່ໃຫ້ມີ ການແຜ່ເຊື້ອພະຍາດ Govid-19 ຈາກຊຸມຊົນນະຄອນຫຼວງວຽງຈັນ ອອກໄປຍັງແຂວງອື່ນໆ. ສາລັບມາດຕະການສັ່ງຫ້າມ, ສັ່ງປິດ, ສັ່ງງົດອື່ນໆ ຕາມຄຳສັ່ງຂອງຄະນະສະເພາະກິດສູນກາງ ແລະ ນະຄອນຫຼວງວຽງຈັນ ພວມຈັດຕັ້ງປະຕິບັດຢູ່ໃນປະຈຸບັນນີ້ ແມ່ນຍັງຈະສືບຕໍ່ຈັດຕັ້ງປະຕິບັດຢ່າງເຂັ້ນງວດຕໍ່ໄປ.
ທີ່ມາ :