ອົດທົນມານຳກັນມາຕັ້ງແຕ່ຕອນບໍ່ມີຫຍັງ ບໍ່ຄິດບໍ່ຝັນວ່າຈະໄດ້ບາຍ 100 ລ້ານແລກໄດ້ຈາກການເຂົ້າມາວົງການອອນລາຍ

ກ້າວແລກທີ່ຍ່າງມານຳກັນຊີວິດບໍ່ໄດ້ສວຍຫລູ ແຕ່ພວກເຮົາສອງຄົນເລືອກທີ່ຈະກ້າວໄປນຳກັນ
ຈາກສະຕ໊ອກຄີມ50ກະປຸກເອົາກຳໄລທີ່ໄດ້ມາໄປຕໍ່ຍອດໃຫ້ເລດຕ່ຳຈົນຮອດ1000ກະປຸກ
ຈາກຂັບລົດເກົ່າໆ ຂັບລົດໄປສົ່ງເຄື່ອງກະເພຕາມທາງແຕ່ບໍ່ເຄີຍທໍ້ສູ້ຈົນມີລົດໃຫມ່
ຈາກໃສ່ແຫວນຄູ່ 500 ບາດເຮັດໃຫ້ພວກເຮົາມີຄວາມຝັນຢາກໄດ້ແຫວນຄຳ ທີ່ເປັນແຫວນຄູ່ຄົນລະບາດ ສຸດທ້າຍກະສ້າງຝັນເປັນຈິງ
ຈາກແຕ່ກ່ອນເກັບເງິນຄ່າເຄື່ອງສູງສຸດໄດ້ 4 ລ້ານກະວ່າຫລຼາຍສຸດມາຮອດມື້ນີ້ ມື້ທີ່ບໍ່ເຄີຍໄດ້ສຳພັດຄຳວ່າ 100 ລ້ານ ບໍ່ຄິດບໍ່ຝັນວ່າຈະໄດ້ບາຍ 100 ລ້ານແລກໄດ້ຈາກການເຂົ້າມາວົງການອອນລາຍ
ຂອບໃຈທຸສະຖານະການທີ່ເຮັດໃຫ້ເຮົາສູ້ຊົນມານຳກັນຈົນປະສົບຜົນສຳເລັດມາຮອດເຄີ່ງທາງ ພວກເຮົາມາຮອດເຄິ່ງຝັນແລ້ວ ຂໍເປັນກຳລັງໃຈໃຫ້ທຸກຄົນທີ່ກຳລັງສ້າງຝັນ ສ້າງໂຕ ເດີ້ ອົດທົນໃຫ້ຫລຼາຍໆ ຄົນອື່ນເຮັດໄດ້ເຮົາຕ້ອງເຮັດໄດ້ ຕ້ອງມີມື້ຂອງເຮົາ