ຂໍ້ມູນ ຜູ້ຕິດເຊື້ອໂຄວິດ-19 ໃໝ່ ຢູ່ນະຄອນຫຼວງວຽງຈັນ ເລາະໄປທົ່ວເລີຍ ລະວັງແດ່ເດີ້ພີ່ນ້ອງ

ລາຍລະອຽດ ຜູ້ຕິດເຊື້ອໂຄວິດ-19 ໃຫມ່ ຢູ່ນະຄອນຫຼວງວຽງຈັນມື້ນີ້ ແລະ ເຂດສ່ຽງ ໃຫມ່, ລາຍງານໂດຍ ຄະນະສະເພາະກິດ ຕອນເຊົ້າ ວັນທີ 14/06/2021
ຕາມການຖະແຫຼງຂ່າວຂອງ ຄະນະສະເພາະກິດ ໃນວັນທີ 14 ມິຖຸນາ 2021 ລາຍງານວ່າ: ໃນສປປ ລາວ ກວດພົບຜູ້ຕິດເຊື້ອໃໝ່ +14 ຄົນ ປະກອບດ້ວຍ:
ນະຄອນຫຼວງວຽງຈັນ 7 ຄົນໃນຊຸມຊົນ
ແຂວງສະຫວັນນະເຂດ 3 ຄົນ(ຈາກແຮງລາວທີ່ກັບມາຈາກປະເທດເພື່ອນບ້ານຖືກຕ້ອງຕາມກົດໝາຍ)
ແຂວງຈໍາປາສັກ 3 ຄົນ(ຈາກແຮງລາວທີ່ກັບມາຈາກປະເທດເພື່ອນບ້ານຖືກຕ້ອງຕາມກົດໝາຍ)
ແຂວງວຽງຈັນ 1 ຄົນ
ເຊິ່ງມາຮອດປັດຈຸບັນ ມີຍອດຜູ້ຕິດເຊື້ອທະລຸ 2.010 ຄົນແລ້ວ ເຊິ່ງໃນນັ້ນປົວຫາຍດີ 1.880 ຄົນ ( 18 ຄົນ ) ແລະ ເສຍຊີວິດສະສົມ 3 ກໍລະນີ
ສໍາລັບ 7 ກໍລະນີຜູ້ຕິດເຊື້ອໃໝ່ໃນນະຄອນຫຼວງວຽງຈັນ ປະກອບມີ:
1 ເປັນເພດຊາຍ ອາຊີບຄ້າຂາຍ ເມືອງ 9 ລ້ຽວ ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ ກວດພົບເຊື້ອວັນທີ 13 ມິຖຸນາ
2 1940 ເພດຊາຍ ອາຊີບຄ້າຂາຍ ເມືອງໂພສີ ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ ກວດພົບເຊື້ອວັນທີ 13 ມິຖຸນາ
3 1941 ເປັນເພດຍິງ ບ້ານໂພສີ ເມືອງສີໂຄດຕະບອງ ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ ກວດພົບເຊື້ອວັນທີ 13 ມິຖຸນາ
4 ເພດຊາຍ ອາຊີບຄ້າຊາຍ ບ້ານເກົ້າລ້ຽວ ເມືອງສີໂຄຕະບອງ ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ ກວດພົບເຊື້ອວັນທີ 13 ມິຖຸນາ
5 ເພດຍິງ ອາຍຸ 25 ປີທະນາຄານ ເອັສທີບີ ສາຂານວ ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ ກວດພົບເຊື້ອວັນທີ 13 ມິຖຸນາ
6 ເພດຍິງ ອາຍຸ 25 ພະນັກງານຂາຍ ໂທລະສັບ ຢູ່ເມືອງສີໂຄດຕະບອງ ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ ກວດພົບເຊື້ອວັນທີ 13 ມິຖຸນາ
7 ເປັນເພດຊາຍ ອາຊີບຫວ່າງງານ ຢູ່ບ້ານຕາດທອງ ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ ກວດພົບເຊື້ອວັນທີ 13 ມິຖຸນາ
ສ່ວນປະຫວັດຂອງທັງ 7 ຄົນມີດັ່ງນີ້:
ວັນທີ 8 ມິຖຸນາ 2021 ໄປຕະຫຼາດສີໄຄ ສາຂາບ້ານສີຫອມ ເມືອງຈັນທະບູລີ ແລະ ທະນາຄານ ເອັສທີບີ ສາຂາບ້ານສີຫອມ
ວັນທີ 9 ໄປຕະຫຼາດເກົ້າລ້ຽວ
–
–