ມື້ທຳອິດ ປະຊາຊົນຂ້ອງໃຈ ຈຳນວນຫຼາຍເຂົ້າສອບຖາມ ເລື່ອງຄ່າໄຟຟ້າເພີ່ມແບບຜິດປົກກະຕິ

ລັດວິສາຫະກິດໄຟຟ້າລາວ ເລີ່ມເປີດຮັບຄຳຮ້ອງ ແກ້ໄຂຂໍ້ສົງໃສຂອງປະຊາຊົນ ກ່ຽວກັບການບໍລິການໄຟຟ້າ, ການຄິດລາຄາໄຟ, ການຈົດເລກໝໍ້ນັບໄຟ, ການຂໍຕິດຕັ້ງໝໍ້ນັບໄຟໃໝ່
ການອອກບິນຄ່າໄຟ ແລະ ການເພີ່ມຂື້ນຂອງຄ່າໄຟຟ້າຂອງຜູ້ຊົມໃຊ້ໄຟ ໂດຍເລີ່ມເປີດໂຕະຮັບຄຳຄິດເຫັນ ໃນວັນທີ 28 ມີຖຸນາ 2021 ເປັນຕົ້ນໄປ ທີ່ ສໍານັກງານຝ່າຍລະບົບຈໍາໜ່າຍ ລັດວິສາຫະກິດໄຟຟ້າລາວ (ບ້ານໜອງບຶກ) ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ,
–
ເຊິ່ງມີປະຊາຊົນໃຫ້ຄວາມສົນໃຈ ເຂົ້າມາສອບຖາມເປັນຈຳນວນຫລາຍ ແລະ ທ່ານທີ່ມີຂໍ້ສົງໃສໃນການບໍລິການ ທ່ານ ສາມາດເຂົ້າມາພົວພັນກັບຫນ່ວຍສະເພາະກິດໄດ້ ໃນໂມງລັດຖະການ ວັນຈັນ – ວັນສຸກ ເວລາ 08:00-18:00 ໂມງ.
–
–
–
–
–