ຈົບດ່າມ້າຊຸດປາກັດລາວ ຕໍ່ມາອີກກັດ່າມ່າຜູ້ທີ່ໄດ້ມົງເວທີ Miss World Laos 2021 (ຢ້ານເດະຢ້ານຕິວ່າເອື້ອຍນິເຖົ້າ)

ແຟນນາງງາມລາວບໍ່ເຄີຍໄດ້ພັກເລີຍ ຫາກໍ່ຈົບດຮ່າມ້າຊຸດປາກັດລາວຕໍ່ມາອີກກັບດຣ່າມ່າຜູ້ທີ່ໄດ້ມົງເວທີ Miss World Laos 2021 ທີ່ປະກວດຫາກໍ່ຈົບໄປມື້ຄືນວານນີ້ເຊິ່ງຄົນທີ່ໄດ້ມົງມີດັ່ງນີ້:
ນາງ ສຸພາວະດີ ພົງສະຫວັນ Miss World Laos 2021
ນາງ ພອນວິໄລ ຫລວງລາດ ຮອງອັນດັບ1 Miss World Laos 2021
ນາງ ອະລິຍາ ອິນທະວົງ ຮອງອັນດັບ2 Miss World Laos 2021
ແຕ່ດຮ່າມ່າບໍ່ໄດ້ຈົບເທົ່ານີ້ມີຄົນຕາດີໄປເບິ່ງປະຫວັດຄືນຂອງ ນາງ ສຸພາວະດີ ພົງສະຫວັນ Miss World Laos 2021 ເຄີຍປະກວດ Miss Laos ມາກ່ອນເປັນຕົວແທນແຂວງສະຫວັນນະເຂດ
ເຊິ່ງຊາວເນັດຄິດໄລ່ອາຍຸຈາກຕອນນັ້ນຈົນຮອດຕອນນີ້ແລ້ວອາຍຸໜ້າຈະກາຍການກໍານົດຂອງກອງປະກວດໃຫຍ່ທີ່ຕັ້ງໄວ້ແມ່ນ 17 ຫາ 26 ປີ ເຊິ່ງຊາວເນັດຄາດການວ່າປັດຈຸບັນໜ້າຈະໄດ້ອາຍຸ 31 ປີແລ້ວ
ເຊິ່ງຄາວນີ້ທາງກອງ ຫຼື ສາວ ສຸພາວດີ ພົງສະຫວັນກໍ່ຍັງບໍ່ໄດ້ເຄື່ອນໄຫວອອກຖະແຫຼງການເທື່ອ ວ່າກະແສທີ່ເປັນຢູ່ແມ່ນຄວາມຈິງຫຼືບໍ່? ຖ້າຕິດຕາມຕອນຕໍ່ໄປເດີ້ທຸກຄົນ.
ມາເບິ່ງຮູບນາງງາມທີ່ໄດ້ຕຳແໜ່ງ Miss World Laos 2021 ດີກວ່າ ນາງ ສຸພາວະດີ ພົງສະຫວັນ
ຕິດຕາມລາວໄດທີ FB: Phongsavanh Souphavady
ຕອນນີ້ແຟນນາງງາມຫຼາຍຄົນຖ້າຟັງຄໍາຖະແຫຼງການຈາກກອງ Miss World Laos 2021 ແລະ ຜູ້ຄອງຕໍາແໜ່ງທີ 1 ຢູ່ເດີ້
ຮອງອັນດັບ 2 Miss World Laos 2021 ນາງອລິຍາ ອິນທະວົງ ງາມນະນ້ອງນະ ຕອບຄຳຖາມດີພ້ອມ
FB: Aliya inthavong
ຂ່າວຈາກ : Talk To Teen – ໄວລຸ້ນລາວ