ດ່ວນໆ ອົງການອານາໄມໂລກ ກວດພົບວັກຊີນ ຕ້ານໂຄວິດ ປອມຈຳນວນຫຼາຍ

ອົງການອານາໃມໂລກກວດພົບວັກຊີນຕ້ານໂຄວິດປອມຈາກປະເທດອິນເດຍ ກະຈາຍໃນອິນເດຍ ແລະ ທະວີບອາຟຣິກາໃຕ້.
ວັກຊີນປອມດັ່ງກ່າວ ເປັນວັກຊີນທີ່ຮຽນແບບບັນຈຸພັນຈາກ Covishield ຫຼື AstraZeneca ທີ່ຜະລິດໂດຍສະຖາບັນເຊຣຸ່ມວິທະຍາໃນອິນເດຍ ເຊີ່ງວັກຊີນຍີ່ຫໍ້ດັ່ງກ່າວໄດ້ໃຊ້ໄປ 486 ລ້ານໂດສ.
ອົງການອານາໃມໂລກ ຫຼື WHO ຢັ້ງຢືນການກວກພົບວັກຊີນປອມເຫຼົ່ານີ້ໃນອິນເດຍ ແລະ ທະວີບອາຟຣິກາ ໃນລະຫວ່າງເດືອນກໍລະກົດ
– ສິງຫາ ໃນຂະນະທີ່ ສະຖາບັນເຊຣຸ່ມວິທະຍາຂອງອິນເດຍຢັ້ງຢືນວ່າເປັນການຮຽນແບບວັກຊີນ Covishield ແທ້.
ຢ່າງໃດກໍ່ຕາມລັດຖະບານອິນເດຍຍັງບໍ່ອອປມທຢັ້ງຢືນການກວດວັກຊີນປອມໃນປະເທດ ໂດຍແຈ້ງວ່າກະຊວງສາທາລະນະສຸກກຳລັງກວດສອບເລື່ອງນີ້ຢູ່.
ທີ່ມາ :