ສື່ຕ່າງປະເທດຢືນຢັນວ່າ ອູ໋ມົ່ງຕ໊ະ ເສຍຊີວິດແລ້ວ ຜູ້ສ້າງຮູບເງົາຈີນ ໃນວົງການບັນເທີງຮ່ວມກັບ ໂຈວຊິງສື

ຫຼາຍຄົນຄົງຮູ້ຈັກກັບ ອູ໋ມົ່ງຕ໊ະ (NG Man-tat) ນັກສະແດງ ອາຍຸ 70 ປີຈາກບົດບາດຄູ່ຂອງພະເອກຊື່ດັງຢ່າງ ຫຼິວເຕີຫົວ ແລະ ຜົນງານໜັງຕະຫຼົກສ້າງຮອຍຍິ້ມ ແລະ ສຽງຫົວໃຫ້ກັບແຟນໆມາຫຼາຍເລື່ອງຮ່ວມກັບ ໂຈຊິງສື ຫຼ້າສຸດໄດ້ເສຍຊີວິດແລ້ວເມື່ອວັນທີ 27 ກຸມພາ 2021.
ສື່ຕ່າງປະເທດຢືນຢັນວ່າ: ການເສຍຊີວິດຂອງ ອູມົ່ງຕ໊ະ ຫຼັງຈາກທີ່ພະຍາດກັບມາຮຸນແຮງຂຶ້ນ ຈົນຕ້ອງເຂົ້າຫ້ອງໂອຊີຢູ ແລະ ໝໍ່ຕ້ອງສີດມໍຟິນລະງັບຄວາມເຈັບປວດໃຫ້ທຸກ 4 ຊົ່ວໂມງ ຫຼັງຈາກເມື່ອຕົ້ນອາທິດທີ່ຜ່ານມາຫາກໍເຂົ້າຮັບການຜ່າຕັດເນື້ອງອກ ແລະ ເຮັດເຄມີບໍາບັດຮັກສາ ໂລກມະເຮັງຕັບ ຈົນເຮັດໃຫ້ສະພາບຮ່າງກາຍອ່ອນເພຍລົງຢ່າງໜັກ ຈົນມາເຖິງວັນທີ 27 ກຸມພາ 2021 ຈິ່ງໄດ້ເສຍຊີວິດລົງ.
–
ສໍາລັບ ອູ໋ມົ່ງຕ໊ະ ເລີ່ມເປັນທີ່ຮູ້ຈັກໃນວົງການບັນເທິງມາແຕ່ຍຸກປີ 1970 ດ້ວຍຜົນງານທີ່ໂດດເດັ່ນ ມານັບບໍ່ຖ້ວນ ໂດຍສະເພາະແມ່ນເປັນນັກສະແດງໃນຮູບເງົາເລື່ອງ ຜູ້ຍິງຂ້າ ໃຜຢ່າແຕະ ຄວ້າລາງວັນຕຸກກະຕາທອງໃນເວທີ ຮົງກົງ ຟິມ ອະວອດ ແລະ ຮູບເງົາເລື່ອງຕະຫຼົກທີ່ມີຊື່ສຽງຮ່ວມສະແດງກັບ ໂຈຊິງສື ເປັນຕົ້ນແມ່ນຄົນຕັດຊຽໜ ແລະ ຄົນຕັດຄົນ ລວມເຖິງ ຄົນເລັກນັກຮຽນໂຕ.
RIP
RIP