ສາວຕິນ່າ59 ອອກຈາກໂຮງໝໍເພື່ອເດີນທາງໄປຮັບກຳທີ່ກໍ່ຂຶ້ນ ທີ່ຄ້າຍຄຸມຂັງນາຂ່າ

ຂ່າວດ່ວນ ສາວ ຕິນ່າ ອອກຈາກໂຮງໝໍ 150 ຕຽງແລ້ວ ເດີນທາງໄປຕໍ່ ຄ້າຍຄຸມຂັງນາຂ່າ ພ້ອມນຳຕົວໄປດຳເນີນຕາມຂະບວນຍຸຕິທຳບ້ານເມືອງ, ທີ່ນະຄອນຫຼວງວຽງຈັນ ມື້ນີ້ວັນທີ 2/5/2021 ນາງສາວ ຕິນ່າ ກໍລະນີ 59 ໄດ້ເດີນທາງອອກຈາກໂຮງໝໍ 150 ຕຽງ ແລ້ວເດີນທາງໄປຕໍ່ ຄ້າຍຄຸມຂັງນາຂ່າ ຕາມແຜນຈັດສົ່ງຜູ້ຕ້ອງຫາຂອງກົມສືບສວນ-ສອບສວນພິເສດເພື່ອດຳເນີນຄະດີ
ສຸກໃຈຫຼາຍເຫັນ ຕິນ່າຍ່າງມາ ແຕ່ຕິນ່າຈະຮູ້ບໍ່ວ່າ ຄຸກລໍຖ້າຢູ່
ຂ່າວກ່ອນໜ້ານີ້
ເອື້ອຍຮັກເບີ 59 ຖືກຈັບແລ້ວ ພ້ອມຄົນໄທອີກ 1 ຄົນ, ສ່ວນຄົນໄທອີກຜູ້ໜຶ່ງຍັງປິ່ນປົວຕໍ່.
ວັນທີ 30 ເມສາ 2021 ນີ້ ຄະນະສອບສວນເມືອງໜອງຄາຍ ໄດ້ເຂົ້າອາຍັດຕົວ ທ້າວຊິດຕະພົນ ຈັນຂາວ ອາຍຸ 30 ປີ ຄົນຈັງຫວັດຮ້ອຍເອັດ ນາງດາວະດີ ວີລະກອນ ອາຍຸ 25 ປີ (ເອື້ອຮັກສາວຕີນ່າ) ຄົນນະຄອນຫຼວງວຽງຈັນ ປະເທດລາວທີ່ໂຮງໝໍຈັງຫວັດໜອງຄາຍ ທີ່ລັກລອບຂ້າມຊາຍແດນ ແລະ ກວດພົບເຊື້ອແຕ່ວັນທີ 16 ເມສາຜ່ານມາ ພາຍຫຼັງຜູ້ກ່ຽວໄດ້ຮັບການປິ່ນປົວດີ ແລ້ວຕຳຫຼວດຈຶ່ງເຂົ້າຈັບກຸມຕົວໄວ້.
ພາຍຫຼັງເຈົ້າໜ້າທີ່ເຂົ້າຈັບກຸມແລ້ວ ທັງສອງໄດ້ໃຫ້ສາລະພາບວ່າແມ່ນຄວາມຈິງ ລັກລອບຂ້າມຊາຍແດນບໍ່ຖືກກົດໝາຍ, ການແພ່ເຊື້ອພະຍາດຮ້າຍແຮງ ກັບການນຳຄົນຕ່າງດ້າວເຂົ້າປະເທດຜິດກົດໝາຍ ດັ່ງນັ້ນ ເຈົ້າໜ້າທີ່ຈຶ່ງກັກໂຕໄວ້ເພື່ອດຳເນີນຄະດີຕາມລະບຽບກົດໝາຍສ່ວນ ທ້າວທະນະກິດ ອິນຊິງ ອາຍຸ 31 ປີ ຄົນຈັງຫວັດມະຫາສາລະຄາມ ແມ່ນຍັງປິ່ນປົວບໍ່ທັນດີ ແຕ່ກໍຈະໄດ້ຮັບຄວາມຜິດໃນຖານຄົນໄທແຕ່ເຂົ້າອອກຊາຍແດນລະຫວ່າງປະເທດຜິດກົດໝາຍ
ຕໍ່ມາເຈົ້າໜ້າທີ່ໄທໄດ້ນຳສົ່ງໂຕ ເອື້ອຍຮັກຕິນ່າ ເບີ(59) ເດີນທາງກັບ ສປປລາວ ເປັນທີ່ຮຽບຮ້ອຍແລ້ວ
–
–
–