ຊິວິດຈິງບໍ່ມີຫຍັງແນ່ນອນ ນິວເຄຍ-ເພັດຈ້າ ເລິກກັນແລ້ວຫຼັງຮັກກັນມາ 11 ປີ

ເຮົາມາສຸດທາງແລ້ວ ນິວເຄຍ ເພັດຈ້າ ຄູ່ຮັກດາລາດັງໄທ ບອກ ເລີກກັນແລ້ວຕອນນີ້ ຈາກກ່ອນໜ້ານີ້ມີຂ່າວລືວ່າທັງສອງເລີກກັນ ຄວາມຮັກເກີດຄວາມບໍ່ເຂົ້າໃຈ ຕຽງຫັກອີກຄູ່
ຫຼ້າສຸດໄດ້ອອກມາໂພສຢືນຢັນແລ້ວວ່າ ເລີກກກັນແລ້ວ ຫຼຸດສະຖານະຜົວເມຍ ມາເປັນພຽງ ໝູ່ຮັກແພງກັນເທົ່ານັ້ນ ແລະ ພ້ອມທີ່ຈະດູແລນ້ອງໄທກ້າ ທາຍາດຂອງພວກເຂົາໃຫ້ດີທີ່ສຸດ
ເຊິ່ງສາເຫດນັ້ນບໍ່ກ່ຽວກັບມືທີ່ສາມແຕ່ຢ່າງໃດ ເກີດຈາກເລື່ອງທັດສະນະຄະຕິ ການໃຊ້ຊີວິດ ແລະ ເລື່ອງຊັບຊ້ອນຫຼວງຫຼາຍ ເຮັດໃຫ້ຊີວິດທັງູ່ເຮົາມາສຸດທາງແລ້ວ
–
ແນວໃດກໍຕາມສູ້ໆເດີ້ ຄວາມຮັກບໍ່ມີສິ່ງແນ່ນອນເຖິງວ່າຕອນຮັກກັນມັນດີ ມັນສົມບູນ ສຸດທ້າຍແລ້ວມັນກໍບໍ່ໄດ້ກາລັນຕວ່າເຮົາຈະຢູ່ນຳກັນຕະຫຼອດໄປ
ເຊິ່ງຄູ່ນີ້ຮັກກັນມາດົນຕັ້ງວ່າ 11 ປີ, ແລະ ມີທາຍາດນຳກັນ 1 ຄົນ ຄືນ້ອງ ໄທກ້າ ກວ່າເພັດຈ້າຈະຈີບນິວເຄຍຕິດກວ່າພວກເຂົາຈະໄດ້ແຕ່ງດອງກັນ ຜ່ານຫຍັງມາຫຼາຍ ເລີກກັນແບບນີ້ກໍໜ້າເສຍດາຍ ແຕ່ທັງຄູ່ຄົງຄິດດີແລ້ວ
ສູ້ໆ