ເກີດເຫດ ລົດໂດຍສານຕຳພູຂ້າງທາງ ເສຍຊີວິດ 13 ຄົນ ບາດເຈັບ 34 ຄົນ

! ວັນທີ 6 ກຸມພາ 2022 ເກີດອຸບັດຕິເຫດກັບລົດບັດນຳທ່ຽວ ເສຍຫຼັກຕຳພູຂ້າງທາງລະຫວ່າງທີ່ເດີ່ນທາງອອກຈາກເຂດຊູໂກຮາໂຈ ແຂວງຊວາກາງ ປະເທດອິນໂດເນເຊຍ
ໂດຍມີຈຸດມຸ້ງໝາຍໄປແຂວງຢົກຢາກາຕາ ເຮັດໃຫ້ມີຜູ້ເສຍຊີວິດ 13 ໃນນີ້ລວມກັບຄົນຂັບນຳ ແລະ ບາດເຈັບອີກ 34 ຄົນ
ດ້ານເຈົ້າໜ້າທີ່ຕຳຫຼວດລະບຸວ່າຈາກຄຳໃຫ້ການຂອງຜູ້ໂດຍສານບອກວ່າລົດບັດຄັນດັ່ງກ່າວບັນທຸກຜູ້ໂດຍສານ 47 ຄົນ ເຊີ່ງເປັນພະນັກງານໂຮງງານກຳລັງເດີນທາງໄປພັກຜ່ອນຊ່ວງວັນຫຍຸດກັບຄອບຄົວ
ໃນຂະນະທີ່ລົດກຳລັງແລ່ນລົງເນີນເຂົາຢູ່ນັ້ນຄົນຂັບມີບັນຫາກັບເກຍລົດ ເຊີ່ງອາດມາຈາກລະບົບເກຍຂັດຂ້ອງ ສົ່ງຜົນໃຫ້ເສຍການຄວບຄຸມຈົນລົດແລ່ນຕຳກັບພູຂ້າງທາງ ແລະ ພິກຂວໍ່າ ນອກຈາກນີ້ກ່ອນເກີດເຫດຄົນຂັບຂໍຮ້ອງໃຫ້ຜູ້ໂດຍສານລົງຈາກລົດ ເພາະບໍ່ສາມາດຂັບລົດຂື້ນພູໄດ້
ແນວໃດກໍ່ຕາມເຈົ້າໜ້າທີ່ຍັງຄົງສືບສວນຫາຕົ້ນຕໍ່ສາເຫດທີ່ແທ້ຈີ່ງວ່າມາຈາກລະບົບເກຍແທ້ຫຼືບໍ່?