ທ່ານໝໍ ປະກາດ ຕາມຫາສາຍແອວເງິນເສັ້ນນີ້ ຊ່ວຍແຊຣ໌ໃຫ້ແດ່ໄດ້ບໍ່ນໍ?

ຂໍລົບກວນທາງສື່ອອນໄລນຊ່ວຍປະກາດຕາມຫາສາຍແອວເງິນເສັ້ນນີ້ຊ່ວຍຫມໍແດ່ໄດ້ບໍ່ນໍ?
ເລື່ອງມີຢູ່ວ່າ : ຫມໍລົງໄປຊ່ວຍສັກຢາປ້ອງກັນພະຍາດໂຄວິດ19 ຢູ່ຈຸດສູນການຄ້າລາວ-ໄອເຕັກໃນວັນທີ 21/6/2021 ຕອນບ່າຍເວລາ13:15ນາທີໄປຮອດໄປເຕັກແລ້ວຟ້າວໄປປ່ຽນຊຸດໃສ່ເສື້ອກາວແລ້ວແກະສາຍແອວອອກເພື່ອສວມຊຸດກາວແລ້ວຟ້າວອອກໄປສັກຢາໃຫ້ຊ່ວຍທີມງານ(ຄົນມາສັກຢາຫລາຍໆເລີຍຟ້າວແຮງ)ຈົນລືມສາຍແອວໄວ້ໃນຫ້ອງນ້ຳບ່ອນກ໋ອກລ້າງມືເບື້ອງຂວາ
ໄດ້ຂໍເບິ່ງກ່ອນວົງຈອນປິດແລ້ວກໍ່ເຫັນຄົນເຂົ້າອອກຫ້ອງນ້ຳຫລາຍຄົນເພາະມີທັງການສັກຢາແລະເປີດວູດຂາຍເຄື່ອງໄປນຳ.
ຖ້າຫາກທ່ານໃດພົບເຫັນຂໍຄວາມກາລຸນາສົ່ງຄືນໃຫ້ຫມໍໄດ້ບໍ່ນໍຈະຕອບແທນສົມມະນາຄຸນຄືນໃຫ້, ລາຄາສາຍແອວກໍ່ບໍ່ແພງດອກຕອນມື້ລາງຊື້ 2.500.000 ກີບ,ແຕ່ມັນແມ່ນຂອງຂັວນທີມີຄຸນຄ່າທາງຈິດໃຈຫລາຍ
ຫລັງຈາກມາຮອດເຮືອນເກັບເຄື່ອງອອກກະເປົ່າກໍ່ບໍ່ເຫັນແລ້ວຈືງສະເດີດຕືນວ່າລືມຢູ່ຫ້ອງນ້ຳໄອເຕັກແລ້ວ
ສະຖານທີ່ ລາວ-ໄອເຕັກ
ທີ່ມາ :