ເຮັດແລ້ວ ບໍລິສັດໄມ້ລາວຮ້ອງຟ້ອງກົມພາສີໄທ ທີ່ບໍ່ຍອມຄືນໄມ້ຂະຍູງພາຍຫຼັງຊະນະຄະດີແລ້ວ

ເວລາ 10:00 ຕອນເຊົ້າ ວັນທີ 5 ເມສາ ທີ່ຜ່ານມາ ທ້າວ ຄຳສະໄຫວ ພົມມະຈັນ ຕົວແທນບໍລິສັດ ພົງສະຫວັນ ອິນດັສທຣີ ຈຳກັດ ໄດ້ຍື່ນໜັງສືຮ້ອງຂໍຄວາມເປັນທຳ ໃຫ້ດຳເນີນຄະດີໃນກໍລະນີອາຍັດໄມ້ກະຍຸງ 11 ຕູ້ຄອນເທນເນີ້ ມູນຄ່າ 160 ລ້ານບາດໄທ (ປະມານ 52 ຕື້ກີບ)
ແລ້ວບໍ່ຄືນ ຫຼັງຄະດີສິ້ນສຸດໃນຊັ້ນສານຕັ້ງແຕ່ປີ 2019. ທ້າວ ຄຳສະໄຫວ ເປີດເຜີຍວ່າ ໄດ້ສົ່ງໄມ້ກະຍຸງທີ່ໄດ້ຈາກການປະມູນຫຼັງສ້າງເຂື່ອນໃນປະເທດລາວ ຜ່ານໄທໄປຈີນ ແຕ່ຖືກເຈົ້າໜ້າທີ່ອາຍັດໄວ້ ຈຶ່ງຕໍ່ສູ້ຄະດີເມື່ອປີ 2019 ແລະ ສານກໍຕັດສິນໃຫ້ຊະນະ.
ຕໍ່ມາບໍລິສັດໄດ້ຮັບການປະສານໃຫ້ຮັບໄມ້ກັບຄືນໃນວັນທີ 25 ເດືອນທັນວາ ປີ 2020 ແຕ່ມີເຈົ້າໜ້າທີ່ລັດບາງຄົນເອີ້ນຂໍຜົນປະໂຫຍດເປັນເງິນ 2 ລ້ານບາດໄທ (650 ລ້ານກີບ) ນຳມາສູ່ການຈັບຜູ້ອຳນວຍການສຳນັກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຢູ່ທີ່ ມຸກດາຫານ ເຊິ່ງມາຮອດປັດຈຸບັນນີ້ກໍຍັງບໍ່ໄດ້ໄມ້ກະຍຸງຄືນ.
ທ້າວ ຄຳສະໄຫວ ໄດ້ກ່າວຕື່ມວ່າ ຄະດີນີ້ ທາງຕຳຫຼວດກອງບັນຊາການປາບປາມການກະທຳຄວາມຜິດ ກ່ຽວກັບຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຈົ້າຂອງຄະດີນີ້ ໄດ້ກວດສອບ ແລະ ຢືນຢັນວ່າ
ບໍລິສັດ ພົງສະຫວັນ ເປັນເຈົ້າຂອງກຳມະສິດໄມ້ ຈຶ່ງສັ່ງໃຫ້ຄືນໄມ້ຂອງກາງ ແຕ່ກໍຖືກພະນັກງານກົມພາສີບາງຄົນ ເຊິ່ງມີໜ້າທີ່ຮັກສາໄມ້ກອງກາງດຶງເວລາ ແລະ ຫາສາເຫດທີ່ຈະບໍ່ຄືນ ຈຶ່ງຕ້ອງອອກມາຮຽກຮ້ອງທຸກ.
–
ແຫຼ່ງຂ່າວ: Laopost