ຢືນຢັນຈາກໜ່ວຍສະເພາະກິດ ກໍລະນີທຳອິດເສຍຊີວິດໃນລາວຄົນສັນຊາດຫວຽດນາມ ຈາກໂຄວິດ-19

ຂ່າວດ່ວນກໍລະນີທຳອິດເສຍຊີວິດໃນລາວຄົນສັນຊາດຫວຽດນາມ ຈາກໂຄວິດ-19 ຖະແຫຼງຂ່າວຢູ່ດ້ານລຸ່ມສຸດ
ວັນທີ 9 ພຶດສະພາ 2021 ມີກໍລະນີເສຍຊີວິດລາຍທຳອິດຂອງປະເທດລາວ
ເປັນຍິງສັນຊາດຫວຽດນາມ (ກໍລະນີ 364) ອາຍຸ 53 ປີ ຢູ່ບ້ານນາໄຊ ເມືອງໄຊເສດຖາ ນະຄອນຫລວງວງງຈັນ
– ຜູ້ກ່ຽວມີພະຍາດປະຈໍາຕົວຄືອັກເສບຕັບບີ, ແລະ ພະຍາດເບົາຫວານ ຫຼັງກວດເລືອດທີ່ ໂຮງໝໍເຊດຖາທິລາ ປະກົດວ່າເບົາຫວານຂື້ນຮອດ 200. ເສຍຊີວິດ ເວລາ 1:00 ໂມງເຊົ້າ ຂອງທີ່ 09 ພຶດສະພາ 2021.
– ຖືວ່າເປັນກໍລະນີທີ່ມີພະຍາດປະຈຳຕົວ ແລະ ເກີດອາການແຊກຊ້ອນ ເຮັດໃຫ້ການຕິດເຊື້ອຮຸນແຮງ ແລະ ເສຍຊີວິດ ທີມງານ ຂໍສະແດງຄວາມເສົ້າສະຫຼົດໃຈກັບເຫດການທີ່ເກີດຂຶ້ນ
ພາບ ແລະ ຂໍ້ມູນຈາກ Hiền Đhqg Lào
ຖະແຫຼງຂ່າວ :