ເຫດເດັກນ້ອຍອາຍຸ 5 ປີ ຈົມນ້ຳປິດສະໜາ ຊອກຫາບໍ່ທັນເຫັນ

ໃນວັນທີ 02/09/2021 ເວລາ 17:59 ນາທີ ທາງຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ 1623 ໄດ້ຮັບແຈ້ງເຫດຜ່ານເບີສຸກເສີນ 1623 ວ່າ :
ມີເຫດເດັກນ້ອຍຈົມນ້ຳ ທີ່ເຂດບ້ານປາກແຮດ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ເຊິ່ງເປັນເດັກນ້ອຍ ເພດຊາຍ ອາຍຸປະມານ 5ປີ
–
ສະພາບຈຸດເກີດເຫດແມ່ນເປັນຄອງລະບາຍນ້ຳປະຈຸບັນພວກເຮົາຍັງໃຫ້ທາງທີມກູ້ໄພທາງນ້ຳເລັ່ງຄົ້ນຫາຕາມຈຸດທີ່ເດັກນ້ອຍຕົກ ແລະ ຈຸດທີ່ຄາດວ່າຈະພົບເຫັນ.
ລາຍລະອຽດເປັນຈັ່ງໃດແມ່ນພວກເຮົາຈະລາຍງານເພີ່ມເຕີມພາຍຫລັງ.
#ຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ.
–
–
ທ່ານໃດຢາກບໍລິຈາກກໍສາມາດບໍລິຈາກໄດ້ທີ່ເລກບັນຊີຂອງ ຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ທີ່ເລກບັນຊີ:
ຊື່ບັນຊີ:FOUNDATION FOR ASSISTING POOR PEOPLE OF LAO PDR.
ເລກບັນຊີ:
092-12-00-01026649-001 LAK
092-12-01-01026649-001 USD
092-12-02-01026649-001 THB.
ທີ່ມາ :