ເບີ່ງເອົາເດີ້ພີ່ນ້ອງ! ໃສ່ນຳ້ມັນບໍ່ແລ້ວ ມາຕັດມິດເຕີ້ແລ້ວເອີ້ນເອົາ 20,000 ກີບ (ມີຄລິບ) ເຈົ້າຂອງຮ້ານກວດສອບແດ່ເດີ້.

ເລື່ອງມີຢູ່ວ່າ:ມີຜູ້ໃຊ້ເຟສບຸກຊື່ LaLa Spl ໄດ້ໂພສວ່າໃສ່ນຳ້ມັນບ້ານໄດສິມາເອີ້ນເອົາ ໃສ່ນຳ້ມັນບໍ່ແລ້ວ ມາຕັດມິດເຕີ້ລະເອີ້ນເອົາ 20,000ກີບ ທັງໆ ທີ່ນຳ້ມັນໃນຖັງລົດເຮົາກະມີ
ລະເຫັນພວກເຮົາເປັນຜູ້ຍີງລະສິຍ້ານສິຫວາ ແລ້ວເພາະພວກເຮົາບໍ່ຍອມລະມາໃສ່ຕື່ມ ມັນບໍ່ແມ່ນແນວເດີ້ ສະຫລຸບຈ່າຍເງີນໃຫ້ເທົ່າທີ່ເຫັນຕາມມິດເຕີ້
ລະມາເວົ້າວ່າກູເປັນພວກມິດສາຊີບອີກ ແຫ່ງຂຶ້ນກວ່າເກົ່າເງີນເຮັດບຸນຂ້ອຍຍັງຫລາຍກວ່າຫັນເດີ້ ຂ້ອຍບໍ່ຍອມເຮັດບາບຍ້ອນເງີນທໍ່ນັ້ນດ໋ອກເດີ້
ບໍ່ໄດ້ຢາກປະຈານ ແຕ່ໃຫ້ຫລາຍຄົນມີສະຕິ ເພາະຖືກຫລາຍເທື່ອແລ້ວ ເທື່ອນີ້ຈະບໍ່ຍອມ
ປຳ້ນຳ້ມັນສີຫອມ ກູເຫລືອໃຈຫລາຍເທື່ອລະກັບປຳ້ນຳ້ມັນຂີ່ລັກນິ ເປັນຄົນບໍ່ມັກເລື່ອງຖ້າໃຜບໍ່ມາຫາເລື່ອງກ່ອນນະ
ເບີ່ງຄລິບ
ທີ່ມາ:LaLa Spl