ສະມາຄົມຊ່ວຍເຫຼືອ ແລະ ບັນເທົາທຸກນະຄອນຫຼວງວຽງຈັນ ໄດ້ມອບເງີນຊ່ວຍເຫຼືອ ໃຊ້ໜີ້ສີນທີ່ຕິດຢູ່ໂຮງໝໍຈຳນວນເກືອບ50ລ້ານກີບ.

ມື້ວັນທີ່ 22/01/2021 ຫົວໜ້າຫນ່ວຍງານສັງຄົມ-ສົງເຄາະຂອງສະມາຄົມຊ່ວຍເຫຼືອ ແລະບັນເທົາທຸກນະຄອນຫຼວງວຽງຈັນ
ໄດ້ລົງມອບເງີນຊ່ວຍເຫຼືອ ໃຊ້ໜີ້ສີນທີ່ຕິດຢູ່ໂຮງໝໍ ທີ່ນາງຄູນສີຕິດ ຈຳນວນເກືອບ50ລ້ານກີບ ແລະມອບເງີນຊ່ວຍເຫຼືອຕ່າງໆ ໃຫ້ແກ່ຄອບຄົວ ເພື່ອປົດທຸກທີ່ມີໃນໃຈ ແລະຍັງສືບຕໍ່ຊ່ວຍຄອບຄົວທ້າວອຸ່ນເຮືອນແລະນາງຄູນສີ ບໍ່ວ່າຈະຄ່າຮັກສາແຕ່ລະວັນແລະອາຫານການກີນ
ຂ່າວກ່ອນໜ້ານີ້
ຄອບຄົວນາງຄູນສີ ຜົວຊື່ທ້າວອຸ່ນເຮືອນ ມີລູກສອງຄົນ ຄົນໃຫຍ່ອາຍຸ3ປີປາຍ ສ່ວນຄົນນ້ອຍແມ່ນຫາກໍ່ເກີດ ດ້ວຍແມ່ເປັນໂລກຄໍກີນເລືອດໃນຂະນະຖືພາຢູ່ດີດີກໍ່ມີອາການກຳເລີ້ມ ແລະຕ້ອງຊ່ວຍລູກນ້ອຍຕ້ອງໄດ້ຜ່າຕັດເອົາລູກນ້ອຍອອກມາແຕ່ທ້ອງແມ່ພຽງ7ເດືອນ ແຕ່ລູກກະບໍ່ແຂງແຮງຫົວໃຈມີບັນຫາ ສ່ວນແມ່ໂຄມ້າຕ້ອງໃຊ້ເຄື່ອງຊ່ວຍຫາຍໃຈ
ຕອນນີ້ນາງຄູນສີ ໄດ້ນອນຕິດເຄື່ອງຊ່ວຍຫາຍໃຈເປັນເວລາ49ວັນແລ້ວ ແລະ ຕິດໜີ້ຄ່າໂຮງໝໍ ເກືອບ40ລ້ານແລ້ວ ແຕ່ໂຊກດີທີ່ເພີ່ນໃຫ້ຕີດແລະຊ່ວຍເຫຼືອຫຼາຍດ້ານ ໃນໂຮງໝໍມະໂຫສົດ ICU ເພີ່ນກໍ່ຊ່ວຍຄອບຄົວນີ້ ເປັນຢ່າງດີ ສ່ວນພໍ່ທັງປົວແມ່ທັງສີເບີ່ງລູກ ຕອນນີ້ພໍ່ກະເຮັດວຽກບໍ່ປົກກະຕິເພາະຕ້ອງດູແລທັງລູກນ້ອຍສອງຄົນພ້ອມເມຍທີ່ປ່ວຍຢູ່ ຄອບຄົວກະບໍ່ມີ
ແຕ່ກໍ່ຢາກເຮັດທຸກວິທີທາງເພື່ອເມຍນັ້ນຈະໄດ້ມີຊີວີດຕໍ່ ບາງເທື່ອກໍ່ທໍ້ຢາກເອົາເມຍກັບບ້ານ ແຕ່ເມຍກໍ່ຍັງບໍ່ຢາກຕາຍທຸກມື້ນີ້ຢູ່ໄດ້ເພາະເຄື່ອງຊ່ວຍຊ່ວຍຫາຍໃຈກັບຢາ ຖ້າປົດເຄື່ອງຊ່ວຍນັ້ນກໍ່ຫມາຍຄວາມວ່າຕາຍຢ່າງດຽວທັງທີ່ລາວກໍ່ຍັງເໜັງຕີງໄດ້ເວົ້າໄດ້ລົມໄດ້ຕ່າງແຕ່ຕ້ອງໃສ່ເຄື່ອງຊ່ວຍເນື່ອງຈາກເຈາະຄໍ ສະນັ້ນລາວຈະໄດ້ຢູ່ເເບບນີ້ອີກດົນຈົນກ່ວາຈະຫາຍໃຈເອງໄດ້
ສະນັ້ນຈື່ງຂໍຄວາມເຫັນໃຈຊ່ວຍຄອບຄົວລາວດ້ວຍເທີດ ທຸກມື້ນີ້ໝໍໄດ້ຊ່ວຍອອກເງີນກັນຊື້ເຂົ້າໃຫ້ກີນ ເເພັມເພີດກະອາໃສເລາະຂໍເລາະຢືມນຳຕຽງຂ້າງຫຼືຄົນແຖວນັ້ນ ໃຜມີກໍ່ຊ່ວຍເຂົາເຈົ້າດ້ວຍເຖີດ ເຖືງບໍ່ຊ່ວຍເງີນຄຳກະຊ່ວຍເປັນອາຫານການກີນແລະເພັມເພີດ ເພື່ອຕໍ່ລົມໃຫ້ໃຈຫນ່ອຍ1ກໍ່ຖືວ່າບຸນມະຫາສານຂອງຄົນທີ່ຢາກສູ້ຕໍ່ເພື່ອລູກສອງຄົນແລ້ວ