ນາງແບບສາວງາມ ໄຖເງິນຜົວ 82,500 ລ້ານ ຫມົດໃນ 3 ເດືອນ ຂໍຢ່າຮ້າງຫລັງແຕ່ງງານ 1 ອາທິດ

ນາງແບບສາວໄຖເງິນຜົວ 82,500 ລ້ານ ຫມົດໃນ 3 ເດືອນ ຂໍຢ່າຮ້າງຫລັງແຕ່ງງານ 1 ອາທິດ ລາວວ່າຂ້ອຍຈະແຕ່ງງານ ກັບເຂົາເພື່ອຫຍັງ ຖ້າເຂົາ ບໍ່ມີ ເງິນແລ້ວ ເຮັດໃຫ້ຊາວເນັດວິພາກວິຈານຢ່າງໜັກ
–
ເປັນເລື່ອງທີ່ໂດ່ງດັງໃນປະເທດ ຍີ່ປຸ່ນ ສຳຫຼບນາງແບບສາວສຸດແຊ່ບ ຄາໂຕະ ຊາຣິ ໄດ້ປະກາດເລິກກັບສາມີແລ້ວ ຫລັງຈາກ ແຕ່ງງານກັນ ໄດ້ພຽງ 1 ອາທິດເທົ່ານັ້ນ ຊຶ່ງ ກ່ອນທີ່ຈະແຕ່ງງານນັ້ນ ແຟນຫນຸ່ມໄດ້ໃຫ້ເງິນຢູຣິໃຊ້ປະມານ 1 ພັນລ້ານເຢນ (ປະມານ 82,500 ລ້ານ ) ພາຍໃນ ໄລຢະເວລາ 3 ເດືອນ ກ່ອນແຕ່ງງານ ແຖມຍັງຊື້ແຫວນຫມັ້ນມູນຄ່າ 3 ລ້ານເຢນ (ປະມານ 246 ລ້ານກີບ) ໃຫ້ລາວອີກຕ່າງຫາກ ໂດຍທີ່ສາວຢູຣິ ນຳໄປໃຊ້ຊື້ເສື້ອຜ້າແບນເນມລາຄາແພງ ແລະ ຍັງມີລົດຫຼູອີກ ຈົນຫມົດພາຍໃນ 3 ເດືອນ
–
ພາຍຫລັງຈາກແຕ່ງງານໄປ ສາມີຫນຸ່ມໄດ້ບອກກັບຊາຣິ ໃຫ້ໃຊ້ເງິນໜ້ອຍລົງ ແລະ ບໍ່ຕ້ອງຊື້ອເຄື່ອງແບນເນມແລ້ວ ເຮັດໃຫ້ສາວຊາຣິ ໃຈຮ້າຍ ກ່ອນທີ່ຈະແຕ່ງງານກັນ ເຂົາຍັງໃຫ້ໃຊ້ຈ່າຍຢ່າງສະບາຍ ແລ້ວເປັນຫຍັງ ພໍແຕ່ງແລ້ວຈື່ງຊື້ບໍ່ໄດ້ ໂດຍສາມີບອກວ່າບໍລິສັດຂອງເຂົາ ມີປັນຫາ ເລື່ອງການເງິນ ແລະ ຕອນນີ້ເຂົາບໍ່ມີເງິນໃຫ້ອີກຕໍ່ໄປແລ້ວ ເຮັດສາວຊາຣິຕັດສິນໃຈຂໍຢ່າຮ້າງທັນທີ
–
ໂດຍທາງຝ່າຍຊາຍບອກວ່າ ຖ້າຊັ້ນຈະມາແຕ່ງງານກັບເຂົາໄປເພື່ອຫຍັງ ມາຕົວະໃຫ້ຂ້ອຍເຊັນຊື່ລົງໃບສົມລົດເພື່ອຫຍັງ ແລະ ຍັງບອກອີກວ່າ ບໍ່ສົນໃຈຜູ້ຊາຍຈົນໆ ຄວາມສຸກສາມາດຊື້ໄດ້ດ້ວຍເງິນ ແລະ ຂ້ອຍແຕ່ງງານເພື່ອເງິນ” ເຮັດໃຫ້ຊາວເນັດຫລາຍຄົນ ເຂົ້າມາຄອມເມັ້ນ ກ່ຽວກັບ ທັດສະນະຄະຕິຂອງນາງກັນຢ່າງຫຼວງຫຼາຍ
–
ຂອບໃຈພາບຈາກ Instagram katosari