ແຊຣ໌ເກັບໄວ້ ຫຼື ບັນທຶກເບີ ໄວ້ເລີຍ ພົບເຫັນການຈູດຂີ້ເຫຍື້ອຊະຊາຍ ໂທແຈ້ງສາຍດ່ວນ 1523

ອາກາດແຫ້ງ, ຈູດຫຍັງກໍ່ງ່າຍ !!! ພົບເຫັນ ການຈູດຂີ້ເຫຍື້ອ ການຈູດປ່າ ຈູດນາ ຈູດສວນຊະຊາຍ ຢູ່ນະຄອນຫຼວງວຽງຈັນ ໃຫ້ໂທຫາສາຍດ່ວນ 1523 ສາຍດ່ວນ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ. ທ່ານສາມາດໂທໄດ້ ໃນເວລາ 09:00-16:00 ຈັນ-ສຸກ.
ການລາຍງານ ແມ່ນໃຫ້ແຈ້ງສະຖານທີ່ ວັນເວລາ ແລະ ເກັບຮູບພາບ ຫຼື ຫຼັກຖານໄວ້, ຈາກນັ້ນ ທາງພະແນກ ຈະປະສານຫາ ຄະນະສະເພາະກິດ ຂອງເມືອງ ແລະ ຕິດຕໍ່ໄປຫານາຍບ້ານ ເພື່ອລົງກວດສອບ ຕັກເຕືອນ ແລະ ປັບໄຫມ ຕາມລະບຽບການ.
ແຊຮເກັບໄວ້ ຫຼື ບັນທຶກເບີ ໄວ້ເລີຍ