ຄໍາຊີ້ແຈ້ງ ຈາກ ໂຮງໝໍກະເສມຣາດ ຕໍ່ກັບກໍລະນີຄ່າປິ່ນປົວ 173 ລ້ານກວ່າກີບ.

ຄໍາຊີ້ແຈ້ງ ຈາກ ໂຮງໝໍກະເສມຣາດ ຕໍ່ກັບກໍລະນີຄ່າປິ່ນປົວ 173 ລ້ານກວ່າກີບ.
ວັນທີ່ 9 ງກອນ 2022 ອ້າງເຖິງຂໍ້ຄວາມທີ່ຖືກແຊຣ໌ໃນໂຊຊຽວມີເດຍ ທີ່ກ່າວເຖິງໂຮງຫມໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ
ເລື່ອງການຮັກສາ ຜູ້ປ່ວຍໂຄວິດ19 ທີ່ມີຄ່າໃຊ້ຈ່າຍໃນການຮັກສາລາຄາສູງ ໂຮງຫມໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ ຂໍຊີ້ແຈ້ງໃຫ້ຊາບວ່າ ທາງໂຮງຫມໍ ໄດ້ໃຫ້ການຮັກສາຜູ້ປ່ວຍ ໂຄວິດ19 ຕາມມາດຕະຖານສາກົນ
ຊຶ່ງມີປັດໃຈທີ່ເຮັດໃຫ້ຄ່າໃຊ້ຈ່າຍໃນການຮັກສາຜູ້ປ່ວຍແຕ່ລະລາຍມີຄວາມ ແຕກຕ່າງກັນ ເຊິ່ງປັດໃຈດັ່ງກ່າວປະກອບດ້ວຍ:
1. ພາວະຄົນໄຂ້ກ່ອນເຂົ້າຮັກສາແມ່ນຢູ່ໃນພາວະການຫາຍໃຈລົ້ມເຫລວ ປະລິມານອົກຊີເຈັນໃນເລືອດຢູ່ໃນ ລະດັບຕໍ່າ 80% – 84% ຈໍາເປັນຈະຕ້ອງໃຫ້ການຮັກສາພາຍໃນຫ້ອງຜູ້ປ່ວຍວິກິດ (ຫ້ອງຜູ້ປ່ວຍມໍລະສຸມ ICU ) / ຫ້ອງຄວາມດັນລົບ ( Negative Pressure ) ໂດຍໃຊ້ອຸປະກອນຊ່ວຍຫາຍໃຈ ເພື່ອເພີ່ມປະລິມານອົກຊີເຈັນໃນ ເລືອດ ( High Flow )
2. ຜູ້ປ່ວຍມີພະຍາດປະຈໍາຕົວ ເບົາຫວານ ຄວາມດັນ ປະດົງ ໂລກຫມາກໄຂ່ຫລັງ ເຊິ່ງເປັນພາວະສ່ຽງສູງ ທີ່ຈະ ເສຍຊີວິດເຖິງ 80% ໂດຍຂະບວນການຮັກສາຈະຕ້ອງມີການປັບການໃຊ້ຢາຕ່າງໆ ໃນລະຫວ່າງການດໍາເນີນ ຂອງພະຍາດ ເພື່ອທີ່ຈະຮັກສາພາວະຫາຍໃຈລົ້ມເຫລວແລະສາມາດລົດການແຊກຊ້ອນຂອງພະຍາດປະຈໍາຕົວ
3, ເນື່ອງຈາກພາວະຂອງຜູ້ປ່ວຍທີ່ມີພະຍາດປະຈໍາຕົວ ພາວະແຊກຊ້ອນ ການໃຊ້ຢາໃນການຮັກສາໂຄວິດ 19 ຈໍານວນຫລາຍຊະນິດເພື່ອກູ້ພາວະທາງການຫາຍໃຈທີ່ລົ້ມເຫລວໃຫ້ກັບມາສູ່ສະພາວະປົກກະຕິ
4. ໃນລະຫວ່າງການດໍາເນີນຂອງພະຍາດ ເຊິ່ງຜູ້ປ່ວຍຕ້ອງພັກຮັກສາຕົວໃນຫ້ອງຜູ້ປ່ວຍວິກິດ( ຫ້ອງຜູ້ປ່ວຍມໍລະ ສຸມ ICU ) / ຫ້ອງຄວາມດັນລົບ ( Negative Pressure ) ແລະຫ້ອງຜູ້ປ່ວຍ ຈໍາເປັນຈະຕ້ອງມີການກວດວິ ນິໄສທີ່ມີຄວາມຈໍາເປັນໃນການຕິດຕາມການດໍາເນີນຂອງພະຍາດ ເຊັ່ນ ການເອັກສ໌ເລປອດ ການເຈາະເລືອດຫາ ທາດໃນຮ່າງກາຍ ( Blood gas ແລະ electrolyte )
5. ຜູ້ປ່ວຍລາຍນີ້ ເປັນຕ້ອງໄດ້ພັກຮັກສາໃນຫ້ອງຜູ້ປ່ວຍວິກິດ ( ຫ້ອງຜູ້ປ່ວຍມໍລະສຸມ ICU ) / ຫ້ອງ ຄວາມດັນລົບ ( Negative Pressure ) ເປັນເວລາ 3ມື້ ຈົນກະທັ້ງລະບົບການຫາຍໃຈກັບມາຢູ່ໃນລະດັບທີ່ປອດ ໄພແລະສາມາດເຄື່ອນຍ້າຍໄປຮັກສາທີ່ຫ້ອງຜູ້ປ່ວຍປົກກະຕິໄດ້ໂຮງຫມໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ ຂໍຢືນຢັນວ່າ ໂຮງຫມໍໄດ້ໃຫ້ການຮັກສາພະຍາບານ ເປັນໄປຕາມມາດຕະຖານສາກົນ ໃຫ້ການເບິ່ງແຍງຢ່າງໃກ້ຊິດແລະເຕັມຄວາມສາມາດ ຄ່າໃຊ້ຈ່າຍເປັນໄປຕາມ
ຢາ ເວດສະພັນ ອຸປະກອນ ເຄື່ອງມືທາງການແພດ ແລະຊັບພະຍາກອນທີ່ໃຊ້ຕາມຕົວຈິງ ຖືກຕ້ອງແລະເຫມາະ ສົມ ລວມໄປເຖິງກ່ອນການໃຫ້ການບໍລິການທາງໂຮງຫມໍໄດ້ແຈ້ງໃຫ້ກັບຍາດຜູ້ປ່ວຍຮັບຊາບເຖິງຂັ້ນຕອນ ແລະ ຄ່າໃຊ້ຈ່າຍໃນການຮັກສາກ່ອນການໃຫ້ບໍລິການທຸກຄັ້ງ
ຜູ້ປ່ວຍລາຍນີ້ແມ່ນໄດ້ຮັບການຮັກສາຢູ່ພາຍໃນໂຮງຫມໍເປັນເວລາ 10 ມື້ ມີອາການດີຂຶ້ນເປັນລໍາດັບ ຈົນສາມາດກັບໄປພັກຟື້ນຢູ່ກັບຄອບຄົວໄດ້ ໂດຍໄລຍະເວລາສະເລ່ຍຂອງຜູ້ປ່ວຍເຊັ່ນດຽວກັນນີ້ຈະຕ້ອງໃຊ້ເວລາ ໃນການຮັກສາຢ່າງຫນ້ອຍບໍ່ຕໍ່າກວ່າ 21 ວັນ
ໂຮງຫມໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ ຂໍຢືນຢັນແລະມຸ່ງຫມັ້ນໃນເຈດຕະນາລົມທີ່ຈະໃຫ້ການ ເບິ່ງແຍງຜູ້ປ່ວຍທຸກຄົນ ຕາມມາດຕະຖານຄຸນນະພາບ ເພື່ອໃຫ້ຜູ້ປ່ວຍໄດ້ກັບໄປໃຊ້ຊີວິດກັບຄອບຄົວຢ່າງເປັນ ປົກກະຕິ ຈຶ່ງຮຽນມາເພື່ອໃຫ້ຮັບຮູ້ມານະທີ່ນີ້ ໂຮງຫມໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ
–
+++ເລື່ອງເກັບຄ່າປີ່ນປົວໂຄວິດ 173 ກວ່າລ້ານກີບ ກ່ອນຫນ້ານີ້
ຕິດໂຄວິດ ນອນໂຮງໝໍກະເສມຣາດວຽງຈັນ 10 ວັນ ບິນອອກມາ 173 ລ້ານກວ່າກີບ——————-
ຈາກກໍລະນີທີ່ຜູ້ໃຊ້ເຟສບຸກລາຍໜຶ່ງ ຊື່ Noi Douangdeuane ໄດ້ໂພສວ່າ:——————-
ຢາກແຊຣ໌ ປະສົບການ ການເຂົ້າຮັກສາໂຄວິດຢູ່ໂຮງຫມາກະເສມເລືອດ(ອ່ານບໍ່ຜິດ) ເພື່ອເຕືອນພີ່ນ້ອງແລະຫມູ່ຄູ່ກ່ອນຈະເຂົ້າໄປໃຫ້ເຂົາເຊືອດ. ປິ່ນປົວໂຄວິດ9ຄືນ ຫມົດ 173ລ້ານ,ເຂົ້່າ25/12/21ກາງຄືນ ອອກ03/01/22ກ່ອນທ່ຽງ ໄລ່ກິໄລ່ກີ ບິນບໍ່ມີລາຍລະອຽດ ບໍ່ຈະແຈ້ງ
ຕັ້ງໄລ່ແບບປົ້ນຈີ້ ຄ່າໃຊ້ຈ່າຍທຸກຢ່າງແພງເກີນຈິງ ແພງກວ່າບຳລຸງລາດທີ່ເປັນໂຮງຫມໍອິນເຕີອັນດັບ1ຂອງເອເຊຍ, ແພງງງງເວີ້ວັງແຕ່ບໍລິການແບບອະນາຖາ ບໍ່ມີຈັນຍາບັນ ພະຍາບານໃຊ້ພຶດຕິກຳແລະຄຳເວົ້າທີ່ເຮັດໃຫ້ບັນທອນຈິດໃຈຄົນໄຂ້.
ຂີ້ໂກງງງງ ຟັນໄດ້ຟັນເອົາ ບອກໄດ້ຄຳດຽວວ່າຫ່ວຍແຕກ ໂຮງຫມໍນີ້ບອກໄດ້ເລີຍວ່າເຂົ້າແລ້ວເທື່ອຫນື່ງ ຈະບໍ່ຄິດເອົາຕີນຢຽບເຂົ້າໄປອີກເລີຍ.ສ່ວນໂຕແລ້ວ ຄອບຄົວຂ້ອຍແມ່ນເປັນຄົນໄຂ້ຢູ່ບຳລຸງລາດມາເກືອບ30ປີ